- Animals:
วันอังคารที่ 14 พฤศจิกายน พ.ศ. 2560
lao
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສາທາລະນະລັ[໒]ດ ປະຊາທິປະໄຕ ປະຊາຊົນລາວ (ຄຳເຄົ້າ: ສາທາຣນຣັຖປຊາທິປຕັຍປຊາຊົນລາວ[໓]) ຫຼື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 — 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ຕັ້ງຢູ່ເຂດບົວໂມງທີ່ 7 ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ (236 ກິໂລແມັດ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ.
ວັດທະນະທຳລາວ
ວັດທະນະທຳລາວ
- Animals:
ພະແກ້ວມໍລະກົດ ຫລືພະແກ້ວຂຽວ
ສ້າງຂຶ້ນຫລັງຈາກພະພຸດທະເຈົ້າປະລິນິບພານໄປແລ້ວ 500 ປີ ໃນຕໍານານບອກວ່າ
ແມ່ນເທວະດາເປັນຜູ້ສ້າງຖວາຍແກ່ພະອໍລະຫັນ ອົງຊື່ ພະນາຄະ ເສນເຖລະ (
ເທວະດາທີ່ວ່ານີ້ຄົງແມ່ນບັນດາແມ່ຍິງຄົນທໍາມະດາແຕ່ພວກເພິ່ນປະຕິບັດຕາມພະວິໄນ
ແລະຖືສິນຢ່າງເຄັ່ງຄັດທີ່ສຸດ) ເພິ່ນສ້າງຢູ່ເມືອງ ປາຕາລີບຸດ
ແລະກໍໄດ້ປະທັບຢູ່ເມືອງນັ້ນ ດ້ວຍ ເວລາເຖິງ 300
ປີ.ຍ້ອນເສິກສົງຄາມຈະເຂົ້າຕີເມືອງປາຕາລີບຸດ ເພິ່ນຈິ່ງໄດ້ຍ້າຍພະແກ້ວມໍລະກົດ
ໃສ່ສະເພົາ (ເຮືອ) ຂ້າມທະເລ ມາປະທັບທີ່ເກາະສີລັງກາ.
ເຈົ້າເມືອງພູກາມແຫ່ງປະເທດພະມ້າ ເຫັນວ່າ ຕາມຄໍາສອນທາງພຸດທະສາສະຫນາ ຢູ່ປະເທດ ເພິ່ນມີການແປຜິດພາດ ດັ່ງນັ້ນເພິ່ນຈິ່ງເດີນທາງໄປເກາະສີລັງກາເພື່ອຖາມຂໍ້ມູນ ແຕ່ຕອນກັບຄືນປະເທດກັບເພິ່ນຊ້ຳພັດຂໍພະແກ້ວມາພ້ອມ ເຈົ້າເມືອງສີລັງກາຈິ່ງມອບໃຫ້ດ້ວຍຄວາມຈໍາໃຈທີ່ສຸດ ຝ່າຍປະ ຊາຊົນຮູ້ຂ່າວກໍຍິ່ງມີຄວາມເສຍໃຈ ຊຶ່ງພະແກ້ວຢູ່ເກາະສີລັງກາ 200 ປີ.
ປະມານປີ ພ.ສ 1000 ກົງກັບ ຄສ 457 ເຈົ້າເມືອງພູກາມໄດ້ນຳເອົາພະແກ້ວໃສ່ສະເພົາກ່ອນອອກເດີນທາງ ແຕ່ໂຊກບໍ່ດີ ລົມພາຍຸໄດ້ພັດເອົາສະເພົາລໍາທີ່ບັນທຸກພະແກ້ວໄປຕົກທີ່ເຂດເມືອງ ອິນທະປັດ ເຈົ້າເມືອງ ອິນທະປັດບໍ່ຢາກສົ່ງພະແກ້ວຄືນ ທາງຝ່າຍເຈົ້າເມືອງພູກາມໄດ້ສະແດງ ລິດເດດຂຶ້ນ ເຮັດໃຫ້ ເຈົ້າເມືອງອິນທະປັດ ເກີດຄວາມຢ້ານກວາຈິ່ງຍອມມອບພະແກ້ວຄືນ ອອກ ຈາກເມືອງອິນທະປັດໂດຍທາງສະເພົາ ດ້ວຍອຸປະສັກນາໆປະການ (ບໍ່ມີໃຜບັນທຶກໄວ້ໃຫ້ຮູ້) ແຕ່ພໍ ຮູ້ໄດ້ວ່າ: ຈາກນັ້ນພະແກ້ວ ມໍລະກົດໄດ້ມາປາກົດຕົວຢູ່ປະເທດ ກໍາປູເຈຍ ຈາກນັ້ນກໍມາປາກົດຕົວ ຢູ່ເມືອງ ກໍາແພງເພັດ (ປະເທດໄທ) ຕໍ່ມາກໍປາກົດຕົວຢູ່ເມືອງນະຄອນສີອະຍຸທະຍາ ເມື່ອປີ ພ.ສ 1506 ມາປະກົດຕົວຢູ່ ເມືອງ ລະໂວ(ລົບບູລີ) ຢູ່ທີ່ນັ້ນໄດ້ 1 ປີ 9 ເດືອນ ກ່ອນຈະມາ ປາກົດຕົວຢູ່ເມືອງກໍາແພງເພັດອີກ ເທື່ອທີສອງ ແລະຢູ່ເມືອງ ຊຽງລາຍ. ມາຮອດປີ ພ.ສ 1977 ກົງກັບ ຄສ 1434 ປະຫວັດເລື່ອງພະແກ້ວມໍລະກົດໄດ້ ມີຜູ້ບັນທຶກແຈ້ງຂຶ້ນມາອີກ.
ນປີ ຄສ 1434 ກໍໄດ້ຖືກນຳອອກຈາກເມືອງຊຽງລາຍມາຢູ່ເມືອງລໍາປາງໄດ້ 32 ປີແລ້ວໄປຢູ່ ເມືອງຊຽງໃຫມ່ໄດ້ 84 ປີ…..ພະເຈົ້າໄຊຍະເສດຖາທິລາດ ເຈົ້າແຜ່ນດິນ ລ້ານນາຊຽງໃຫມ່ ທັງ ເປັນເຈົ້າແຜ່ນດິນລ້ານຊ້າງຫລວງພະບາງ ໄດ້ນຳເອົາພະແກ້ວຈາກຊຽງໃຫມ່ມາໄວ້ທີ່ຫລວງພະບາງ 10 ປີ ແລ້ວເອົາລົງມາຢູ່ທີ່ ວຽງຈັນ ພະແກ້ວຢູ່ວຽງຈັນໄດ້ 219 ປີ ແລ້ວຖືກຂ້າເສິກສະຫຍາມ ເອົາໄປໄວ້ທີ່ບາງກອກ ໃນປີ ພ.ສ 2322 ກົງກັບ ຄສ 1779 ຈົນຮອດປັດຈຸບັນ ລວມ ເວລາຢູ່ບາງກອກໄດ້ 234 ປີ.

ความคิดเห็น
สมัครสมาชิก:
บทความ (Atom)
-
ວັດທະນະທຳລາວ - Animals: ພະແກ້ວມໍລະກົດ ຫລືພະແກ້ວຂຽວ ສ້າງຂຶ້ນຫລັງຈາກພະພຸດທະເຈົ້າປະລິນິບພານໄປແລ້ວ 500 ປີ ໃນຕໍານານບອກ...
-
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ - Animals: ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະ...