ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສາທາລະນະລັ[໒]ດ ປະຊາທິປະໄຕ ປະຊາຊົນລາວ (ຄຳເຄົ້າ: ສາທາຣນຣັຖປຊາທິປຕັຍປຊາຊົນລາວ[໓]) ຫຼື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 — 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ຕັ້ງຢູ່ເຂດບົວໂມງທີ່ 7 ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ (236 ກິໂລແມັດ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ.
ไม่มีความคิดเห็น:
แสดงความคิดเห็น