ນຶທານກະຕ່າຍ ກັບ ເຕົ່າ

📗 ກະຕ່າຍກັບເຕົ່າ ກະຕ່າຍ (🐰) ກັບ ເຕົ່າ (🐢) - Animals: ດົນນານມາແລ້ວ ໄດ້ມີກະຕ່າຍໂຕໜື່ງທີ່ມັກໂອ້ອວດວ່າມັນເປັນຜູ້ທີ່ແລ່ນໄດ້ວ່ອງໄວກ່ອນໝູ່ ມັນໄດ້ທ່ຽວໄປໂອ້ອວດກັບເລົ່າສັດທັງຫລາຍສະເໝີ ຈົນຢູ່ມາວັນໜຶ່ງມັນໄດ້ໄປເຈີເຕົ່າໂຕໜື່ງກຳລັງຄານມາຢ່າງເຊື່ອງຊ້າ, ກະຕ່າຍກໍ່ໄດ້ສະແດງອາການ ຫົວຂັວນເຍາະເຢີຍ ແລະ ເວົ້າກັບເຕົ່າວ່າ: ກະຕ່າຍກັບເຕົ່າ1
ກະຕ່າຍ 🐰: ເຕົ່າເອີຍຖ້າເຈົ້າຫາກຍ່າງຊ້າແບບນີ້! ແລ້ວມື້ໄດນໍເຈົ້າຊິຮອດເຮືອນ. ເຕົ່າ 🐢: ຕອບດ້ວຍຄວາມບໍ່ພໍໃຈວ່າ ເຖິງຂ້ອຍຊິເປັນຜູ້ຍ່າງໄດ້ຊ້າກວ່າໝູ່ ແຕ່ຂ້ອຍກໍ່ກັບຮອດບ້ານທຸກມື້ ເຈົ້າຄິດວ່າເຈົ້າເປັນຜູ້ທີ່ຍ່າງໄວກ່ອນໝູ່ຊັ້ນບໍ? ເຈົ້າສູຂີ້ໂມ້ເກັ່ງຫຼາຍ! ເມື່ອໄດ້ຍິນແບບນັ້ນ ກະຕ່າຍກໍ່ໃຈຮ້າຍ ແລະ ເກີດຄວາມໂມໂຫຂື້ນ ຈຶ່ງຕອບກັບໄປວ່າ: ກະຕ່າຍ 🐰: ເຕົ່າເອີຍຄັນເຈົ້າເກັ່ງແທ້ ມື້ອື່ນມາແລ່ນແຂ່ງຂ້ອຍບໍລະ ມາເບີ່ງກັນໂລດວ່າໃຜຊິເປັນຜູ້ສະນະກັນແທ້ ຮະຮະໆ... ເຈົ້າເຕົ່າກໍ່ຕອບກັບທັນທີທັນໄດວ່າ: ເຕົ່າ 🐢: ໄດ້ເລີຍ ຕົກລົງເຮົາມາແລ່ນແຂ່ງກັນ ຫາກໃຜເປັນຜູ້ເຂົ້າເສັ້ນໄຊກ່ອນຍ່ອມເປັນຜູ້ສະນະ! ເມື່ອຕື່ນເຊົ້າມາເຕົ່າກັບກະຕ່າຍກໍ່ໄດ້ມາເຈີກັນ ແລະ ສັດຕ່າງໆທີ່ໄດ້ຍິນຂ່າວຄາວການແຂ່ງຂັນຄັ້ງນີ້ຕ່າງກໍ່ພາກັນມາເບີ່ງ ເພື່ອຮ່ວມກັນເປັນພະຍານໃຫ້ແກ່ ກະຕ່າຍ ແລະ ເຕົ່າ, ເມື່ອການແຂ່ງຂັນເລີ່ມຂື້ນ ກະຕ່າຍກໍ່ແລ່ນຢ່າງໄວທີ່ສຸດ ເພື່ອຈະໄປໃຫ້ເຖິງເສັ້ນໄຊ... ສ່ວນເຕົ່ານັ້ນກໍ່ໃຊ້ຄວາມພະຍາຍາມຂອງມັນຢ່າງເຕັມທີ່ ແລະ ຄ່ອຍໆຄານໄປເລື້ອຍໆເຊັ່ນກັນ, ກະຕ່າຍແລ່ນໄປຈົນເກືອບຮອດເສັ້ນໄຊແລ້ວ ແລະ ມັນຫັນຫຼັງໄປເບີ່ງເຕົ່າທີ່ກຳລັງຄານມາຕາມຫຼັງມັນ ມັນເລີຍຄິດຢູ່ໃນໃຈວ່າ: ກະຕາຍ 🐰 : ຈັງໄດເຮົາກໍ່ເປັນຜູ້ຊະນະແນ່ນອນ! ເຮົານອນຮ້ອງເພງຫຼີ້ນຢູ່ກ້ອງຮົ່ມໄມ້ກ່ອນ ຄົງອີກດົນເພື່ອເຕົ່າຊິມາຮອດ ຮະຮະໆ.... ສ່ວນເຕົ່າກໍ່ຄ່ອຍຄານມາເລື້ອຍໆ ຈົນຂື້ນມາແຊງກະຕ່າຍທີ່ກຳລັງເຝີນອນຫຼັບໄປ ເມື່ອກະຕ່າຍຕື່ນຂື້ນມາ ມັນກໍ່ຕົກໃຈທີ່ເຫັນວ່າເຕົ່ານັ້ນໃກ້ຊິເຂົ້າເສັ້ນໄຊ ມັນຈຶ່ງຮີບແລ່ນມາເພື່ອຫວັງວ່າຊິທັນ ແຕ່ກໍ່ສາຍໄປແລ້ວ ພໍດີເຕົ່າໄດ້ເຂົ້າຮອດເສັ້ນໄຊໄປກ່ອນ ສັດປ່າທີ່ມາເຊຍ ກໍ່ຊື່ນຊົມຄວາມຕັ້ງໃຈຂອງເຕົ່າຕ່າງກໍ່ພາກັນສະແດງຄວາມຍິນດີໃນການທີ່ເຕົ່າໄດ້ໄຊຊະນະ. ນິທານເລື່ອງນີ້ສອນໃຫ້ຮູ້ວ່າ: " ຄວາມພະຍາຍາມຢູ່ທີ່ໄດ ຄວາມສຳເລັດຢູ່ບ່ອນນັ້ນ" ** ເວບໄຊຣ໌ນີ້ຂໍສະຫງວນສິດ: ຫ້າມບໍ່ໃຫ້ຜູ້ໄດນຳເນື້ອຫານີ້ໄປເປັນການດັດແປງແກ້ໄຂ ຫຼື ນຳໄປກອບປີ້ສັບສຳນວນເພື່ອປະກອບການໃນທຸລະກິດ ຫຼື ລັກລອບຕີພີມເພື່ອວາງຂາຍ! (ວັ້ນເສຍແຕ່ວ່າທ່ານໄດ້ຮັບອະນຸຍາດຈາກພາກສວນທີ່ກ່ຽວຂ້ອງຂອງພວກເຮົາແລ້ວ)! ** ຂໍ້ຍົກເວັ້ນ: ທ່ານສາມາດໃຊ້ເປັນກໍລະນີສືກສາໄດ້ ແລະ ຫາກທ່ານ ຕ້ອງການແບ່ງປັນເນື້ອຫານີ້ເພື່ອຄວາມບັນເທີງ ທ່ານສາມາດແຊຣ໌ຜ່ານທາງໜ້າເວບພວກເຮົາໂດຍກົງເທົ່ານັ້ນ!

ไม่มีความคิดเห็น:

แสดงความคิดเห็น

ເພງ ສະຫວັນເມືອງລາວ

- Animals: